ການຊື້ເຮືອຢອດ
ການຊື້ເຮືອຢອດເປັນຄວາມຣັບຜິດຊອບທີ່ຍິ່ງໃຫຍ່ ແລະ ມັນຍັງມີຂັ້ນຕອນທີ່ສັບຊ້ອນສຳລັບຜູ້ທີ່ຊື້ເປັນເທື່ອທຳອິດ. ຜູ້ຊື້ຈະມີຄຸນສົມບັດຕົງຕາມຫຼາຍໆເກນເງື່ອນໄຂ. ບາງຄົນສາມາດຕັດສິນໃຈໄດ້ໃນບໍ່ຈັກມື້ເທົ່ານັ້ນ ໃນຂະນະທີ່ຄົນອື່ນໆຕ້ອງໃຊ້ເວລາຫຼາຍເດືອນເພື່ອຕັດສິນໃຈ. ການຊື້ບໍ່ໄດ້ຂຶ້ນຢູ່ກັບການເງິນພຽງຢ່າງດຽວ. ຜູ້ຊື້ຕ້ອງຄຳນືງເຖິງຄຸນນະພາບແລະ ສະພາບຂອງເຮືອ, ໄລຍະເວລາໃນການຜະລິດ ຫຼື ສ້ອມແປງ ແລະ ການປ່ຽນແປງເພີ່ມເຕີມທີ່ຄາດບໍ່ເຖິງທີ່ອາດຈະເກີດຂຶ້ນ.
ເຮືອໃໝ່ ເຮືອທີ່ໃຊ້ແລ້ວ
ເຮືອຢອດສ່ວນຕົວແບ່ງໄດ້ດັ່ງນີ້:
- ປັບແຕ່ງເອງ
- ການຜະລິດ
- ເຄິ່ງປັບແຕ່ງເອງ
• ໃຊ້ແລ້ວ
ໃນເວລາເຮັດການຕັດສິນໃຈ, ຜູ້ຊື້ຈະຕ້ອງຄຳນືງເຖິງລາຄາຂອງເຮືອລວມເຖິງຄວາມຕ້ອງການໃນການບຳລຸງຮັກສາ. ເຮືອໃຫມ່ທີ່ມີການປັບແຕ່ງເອງຂ້ອນຂ້າງມີລາຄາແພງ. ເຖິງແນວນັ້ນກໍຕາມ, ມັນເຮັດຂຶ້ນມາເພື່ອລູກຄ້າໂດຍສະເພາະ ແລະ ທັນສະໄໝ.
ຂໍ້ດີ ແລະ ຂໍ້ເສຍຂອງອາໄຫຼ່ທາງເລືອກ
ການຊື້ເຮືອຢອດຈາກຕະຫຼາດມືສອງອອນລາຍນັ້ນຊ່ວຍຫຼຸດຄ່າໃຊ້ຈ່າຍໃນການຈັດຊື້ໄດ້ຢ່າງຫຼວງຫຼາຍ. ແນວໃດກໍຕາມ, ຂໍ້ເສຍຂອງການຊື້ເຮືອມືສອງຄືການອັອກຊີເດຊັນຂອງເຮືອ. ເມື່ອເວລາຜ່ານໄປ, ເຮືອຢອດຈະສຳຜັດກັບນ້ຳເຊິ່ງສາມາດນຳໄປສູ່ການເກີດອັອກຊີເດຊັນຂອງໂລຫະ ຫຼື ເກີດການເຂົ້າໝ້ຽງໄດ້. ນອກນັ້ນ, ອາດຈະເກີດເຊື້ອລາໄດ້ເຊັ່ນກັນ. ດັ່ງນັ້ນເຮົາຄວນກວດສອບເຮືອເພື່ອຫາຂໍ້ບົກຜ່ອງທີ່ເບິ່ງເຫັນໄດ້ສະເໝີ. ເນື່ອງຈາກສະພາວະທີ່ເກີດຈາກຂີ້ໝ້ຽງ ແລະ ເຊື້ອລາຈະເຮັດໃຫ້ອາຍຸການໃຊ້ງານຂອງເຮືອສັ້ນລົງ. ເຈົ້າຂອງເຮືອຫຼາຍຄົນມັກຈະເບິ່ງແຍງ ແລະ ການບຳລຸງຮັກສາເຮືອຂອງເຂົາເຈົ້າຢ່າງເປັນປະຈຳ. ເຈົ້າຂອງເຮືອສາມາດໃຫ້ຄຳແນະນຳໃນການໃຊ້ງານ ແລະ ການບຳລຸງຮັກສາແບບສ່ວນບຸກຄົນໄດ້.
ການເດີນທາງດ້ວຍເຄື່ອງຍົນ ແລະ ການແລ່ນເຮືອໃບ
ການແລ່ນເຮືອຢອດກໍ່ຄືກັບຄວາມຮັກ. ຢ່າງໃດກໍຕາມ, ຄວາມນິຍົມນັ້ນໄດ້ຫຼຸດລົງເລັກນ້ອຍໃນຊ່ວງຫຼາຍປີທີ່ຜ່ານມາ.ເຖິງຈະມີການຈັດການນຳທາງຂອງເຮືອຢອດ, ແຕ່ຄວາມຈິງມັນກໍຍັງຄົງເປັນເລື່ອງຍາກທີ່ຈະບັງຄັບເຮືອໂດຍບໍ່ມີທັກສະ ແລະ ຄວາມຮູ້ສະເພາະມາກ່ອນ. ດ້ວຍເຫດຜົນດັ່ງກ່າວ ເຮືອຢອດທີ່ຂັບເຄື່ອນດ້ວຍເຄື່ອງຈັກຈິ່ງໃຊ້ງານໄດ້ງ່າຍ ແລະ ວ່ອງໄວກ່ວາໃນນ່ານນ້ຳແບບເປີດ. ຂໍ້ເສຍຢ່າງໝຶ່ງກໍຄືຄ່າໃຊ້ຈ່າຍໃນການບຳລຸງຮັກສາ ແລະ ການດຳເນີນງານທີ່ສູງກວ່າ.
ຈຸດປະສົງໃນການໃຊ້ງານ
ເຮືອຢອດແບ່ງອອກເປັນ 4 ປະເພດ ເຊີ່ງຂຶ້ນຢູ່ກັບພື້ນທີ່ຂອງການໃຊ້ງານ:
- ມະຫາສະໝຸດ
- ທະເລ
- ນ່ານນ້ຳໃກ້ຝັ່ງ
- ນ້ຳຈືດ
ໃນຖານະທີ່ເປັນຜູ້ຂາຍເຮືອຢອດທີ່ມີປະສົບການ, ພວກເຮົາຂໍແນະນຳໃຫ້ຜູ້ໃຊ້ງານມືໃໝ່ຕັດສິນໃຈເລືອກພື້ນທີ່ໆພວກເຂົາຕ້ອງການໃຊ້ງານກ່ອນ. ປະເພດຂອງການເດີນທາງທີ່ໃຊ້ບໍ່ວ່າຈະເປັນການເດີນທາງໄລຍະສັ້ນ, ການລ່ອງເຮືອໄລຍະຍາວ ຫຼື ການເດີນທາງໃນຕ່າງປະເທດກໍຕາມ. ບາງຄົນຕ້ອງການຊື້ເຮືອຢອດທີ່ສ້າງຂຶ້ນໃໝ່ເພື່ອໃຫ້ພວກເຂົາສາມາດອາໄສຢູ່ເທິງເຮືອໄດ້. ຜູ້ທີ່ຕັດສິນໃຈແບບນັ້ນຄວນພິຈາລະນາຂະໝາດ, ຄວາມສາມາດ ແລະ ຄວາມສະດວກສະບາຍຂອງເຮືອນຳ.
ເຮືອຢອດຂະໜາດຈິ໋ວທີ່ມີຄວາມຢາວບໍ່ເກີນ 6 ແມັດເໝາະຢ່າງຍິ່ງສຳລັບການທ່ອງທ່ຽວເປັນກຸ່ມໄລຍະສັ້ນ. ເຮືອຂະໝາດແບບນີ້ສະດວກຕໍ່ການເດີນທາງ. ເຮືອຢອດຂະໝາດ 40 ຟຸດແມ່ນເໝາະສົມກວ່າສຳລັບການເດີນທາງທີ່ເປັນກຸ່ມຂະໝາດໃຫຍ່.
ການຊື້ເຮືອຢອດ ແລະ ການສ້າງກຳໄລ
ເຮືອຢອດທີ່ດີມີລາຄາຂ້ອນຂ້າງແພງ. ແນວໃດກໍຕາມ, ການຊື້ເຮືອຢອດລາຄາແພງສາມາດໃຫ້ປະໂຫຍດດັ່ງຕໍ່ໄປນີ້:
- ການລົງທືນທີ່ດີ. ການເກັບເງິນໄວ້ໃນບັນຊີ ຫຼື ໄວ້ຢູ່ເຮືອນນັ້ນບໍ່ມີປະໂຫຍດ. ໃນທາງກົງກັນຂ້າມ, ການລົງທືນຢ່າງສະຫຼາດຊ່ວຍປ້ອງກັນຄວາມສ່ຽງຈາກເງິນເຟີ້ໄດ້. ມູນຄ່າເຮືອມີແນວໂນ້ມທີ່ຈະຫຼຸດລົງຊ້າກ່ວາລົດຍົນ. ດັ່ງນັ້ນການລົງທືນໃນເຮືອຢອດສາມາດສ້າງຄວາມສຸກໄດ້ຢ່າງຫຼວງຫຼາຍ.
- ໂອກາດໃນວັນພັກ. ນອກຈາກນີ້ການເປັນເຈົ້າຂອງເຮືອຢອດຍັງເຮັດໃຫ້ເຮົາມີໂອກາດໃນການພັກຜ່ອນຢ່ອນໃຈຫຼາຍຂຶ້ນ. ເວົ້າງ່າຍໆຄືມີອິດສະຫຼະທີ່ຈະອອກທະເລໄດ້ທຸກເວລາ.
- ຮູບແບບຊີວິດເພື່ອສຸຂະພາບ. ໂດຍການຢູ່ໃກ້ກັບທະເລ, ເຈົ້າຂອງເຮືອຢອດໃຊ້ເວລາຫຼາຍຂຶ້ນໃນພື້ນທີ່ໂລ່ງ ເຊິ່ງເສີມສ້າງສຸຂະພາບ ແລະ ເສີມສ້າງຄວາມແຂງແຮງ. ນອກນັ້ນ, ການເປັນເຈົ້າຂອງເຮືອຍັງແມ່ນຄວາມຮັບຜິດຊອບທີ່ຍິ່ງໃຫຍ່. ເຮືອຢອດຕ້ອງການການບຳລຸງຮັກສາຢ່າງຕໍ່ເນື່ອງ. ເຈົ້າຂອງບໍ່ສາມາດພຽງແຕ່ນັ່ງເອນຫຼັງ ແລະ ຜ່ອນຄາຍຢູ່ຕະຫຼອດເວລາໄດ້.
- ການເປັນສະມາຊິກໃນສະໂມສອນສຳລັບຜູ້ມັກການລ່ອງເຮືອ. ບໍ່ມີໃຜສາມາດຈິນຕະນາການເຖິງຊີວິດໂດຍປາສະຈາກທະເລໄດ້. ເຈົ້າຂອງເຮືອຢອດໃໝ່ທຸກຄົນຈະກາຍເປັນສະມາຊິກຂອງຊຸມຊົນທີ່ຍອດຢ້ຽມນີ້. ຜູ້ແລ່ນເຮືອຢອດມີບຸກຂະລິກທີ່ແຕກຕ່າງ ແລະ ມີມຸມມອງທີ່ເປັນເອກະລັກໃນຊີວິດ.
- ເຄື່ອງມືຕໍ່ຕ້ານອາການຊືມເສົ້າທີ່ແຂງແກ່ນ. ໃນເວລາແລ່ນເຮືອໃນທະເລ, ບັນຫາຂອງຄົນນັ້ນຈະຖືກຖີ້ມໄວ້ເທີງຝັ່ງຫຼື ຖືກພັດພາອອກໄປ. ດ້ວຍການເປັນເຈົ້າຂອງເຮືອຢອດເຮັດໃຫ້ພວກເຂົາສາມາດມີອິດສະຫຼະໄດ້ທຸກວັນ.
ພວກເຮົາຍິນດີຊ່ວຍເຫຼືອໃນການເລືອກເຮືອຂອງທ່ານ. ທ້າຍທີ່ສຸດ, ຄະຕິປະຈຳເວັບໄຊຂອງພວກເຮົາບອກວ່າ ໃຜໆກໍສາມາດຊື້ເຮືອຢອດໄດ້!