ມີຄົນຈຳນວນນັບມື້ນັບເພີ່ມຂຶ້ນທີ່ສາມາດມີວັນພັກຜ່ອນທີ່ຫຼູຫຼາໄດ້. ນອກຈາກການໄປພັກທີ່ຣິສອດທົ່ວໆໄປແລ້ວ, ນັກເດີນທາງພັກຜ່ອນຫຼາຍໆຄົນມັກລ່ອງເຮືອໃນທະເລເທິງເຮືອຢອດທີ່ສະດວກສະບາຍ.
ຄົນລວຍເຫຼົ່ານັ້ນໄດ້ຊື້ເຮືອຢອດເປັນຂອງຕົວເອງ ແລະ ສາມາດຕັດສິນໃຈວ່າຈະລ່ອງເຮືອສຸດຫຼູຫຼາຂອງເຂົາເຈົ້າເມື່ອໃດ ແລະ ໄປໃສ. ບາງຄົນເລືອກເຊົ່າເຮືອຢອດແທນທີ່ຈະໃຊ້ຈ່າຍເງິນຈຳນວນຫຼາຍໃນການຊື້ເຮືອຢອດ. ຢ່າງໃດກໍຕາມ, ຕົວເລືອກນີ້ບໍ່ແມ່ນທາງເລືອກທີ່ຂີ້ຮ້າຍທີ່ສຸດ ເພາະວ່າພວກເຂົາສາມາດໄດ້ຮັບຄວາມສະດວກສະບາຍທີ່ຫຼູຫຼາໄດ້. ນອກນັ້ນພວກເຂົາຍັງສາມາດມີຊ່ວງເວລາທີ່ດີໃນລາຄາທີ່ບໍ່ແພງເກີນໄປນຳອີກ.
ການເຊົ່າເໝົາລໍາເຮືອຢອດລາຄາຫຼາຍປານໃດ?
ກ່ອນທີ່ຈະກວດເບິ່ງລາຄາການເຊົ່າເໝົາລຳເຮືອຢອດນັ້ນ, ກ່ອນອື່ນທ່ານຄວນກວດເບິ່ງວ່າການເຊົ່າເໝົາລຳເຮືອຢອດກວມເອົາຫຍັງແດ່.
ລາຍການທີ່ມີລາຄາສູງ
ພິຈາລະນາຕາມລຳດັບ:
- ລາຄາເຊົ່າເໝົາລຳເຮືອຢອດຕົວຈິງ, ບໍ່ວ່າຈະເປັນລາຄາທີ່ກຳນົດໄວ້ໃນການເຈລະຈາເບື້ອງຕົ້ນ ຫຼື ສະແດງໃນເວັບໄຊຂອງພວກເຮົາ, ສາມາດເບິ່ງໄດ້ໃນແຄັດຕາລັອກຂອງພວກເຮົາ. ລາຄາລວມມີ
– ຄ່າເຊົ່າເຮືອຢອດ
– ຄວາມຊ່ວຍເຫຼືອໃນການເຊົ່າເໝົາລຳ
– ຄ່າອາຫານສຳລັບລູກເຮືອ
– ປະກັນໄພເຮືອ ແລະ ລູກເຮືອ
– ຄ່າຈອດເຮືອໃນທ່າທຽບເຮືອຂອງລັດຖ້າມີຢູ່ໃນເສັ້ນທາງເດີນເຮືອ.
ໂດຍປົກກະຕິແລ້ວ ລາຄາຈະຂຶ້ນກັບຂະໜາດເຮືອ, ສິ່ງອຳນວຍຄວາມສະດວກຂອງເຮືອ, ລະດູການ ແລະ ອາຍຸຂອງເຮືອ. ເຮືອທີ່ມີອາຍຸເກົ່າກວ່າ ແລະ ມີຂະໜາດນ້ອຍກວ່າຈະມີຄ່າເຊົ່າທີ່ຖືກກວ່າ. ເຊັ່ນດຽວກັນກັບການເຊົ່າເໝົາລຳໃນຊ່ວງນອກລະດູກການ ແລະ ການຈອງລ່ວງໜ້າ. ມີລາຄາເຊົ່າເໝົາລຳເຮືອຢອດມາດຕະຖານລາຍອາທິດສຳລັບການລ່ອງເຮືອລາຍອາທິດ. ເພື່ອກຳນົດໄລຍະເຊົ່າທີ່ສັ້ນໆ, ງ່າຍໆຫານລາຄາໃຫ້ 6 ແລ້ວຄູນມັນກັບຈຳນວນວັນທີ່ຕ້ອງການເຊົ່າ. ສຳລັບໄລຍະການເຊົ່າທີ່ດົນກວ່າ, ຫານລາຄາໃຫ້ 7 ແລ້ວຄູນມັນກັບຈຳນວນວັນທີ່ເຊົ່າເຕັມມື້ທັງໝົດ. ເພາະສະນັ້ນ, ລາຄາເຊົ່າເຕັມມື້ຈິ່ງແຕກຕ່າງກັນໃນທັງສອງກໍລະນີ. ສ່ວນຕ່າງຂອງລາຄາເປັນສັດສ່ວນກົງກັບຈຳນວນແຮງງານທີ່ໃຊ້ໃນການກະກຽມເຮືອ. ສະມາຊິກລູກເຮືອເຮັດການກະກຽມແບບດຽວກັນສຳລັບທັງການເດີນທາງແບບສັ້ນ ແລະ ຍາວ. ນອກນັ້ນ, ຍັງມີຄ່າໃຊ້ຈ່າຍອື່ນໆໃນການເຊົ່າເໝົາລຳນຳອີກ.
- ລາຍຈ່າຍທີ່ກ່ຽວຂ້ອງ ລວມມີຄ່າໃຊ້ຈ່າຍສຳລັບ
– ເຊື້ອໄຟ
– ຄ່າອາຫານສຳລັບຜູ້ໂດຍສານ
– ເຄື່ອງດື່ມທີ່ມີເຫຼົ້າ ແລະ ບໍ່ມີເຫຼົ້າສຳລັບແຂກ
– ເຊື້ອໄຟສຳລັບເຮືອໃບ ແລະ ອຸປະກອນທາງນໍ້າ
– ຄ່າຜ່ານຄອງ
– ທ່າເຮືອສ່ວນຕົວ
– ຄ່າຊັກລີດ
– ຄ່າໃຊ້ຈ່າຍສ່ວນຕົວຂອງຜູ້ໂດຍສານ
ຄ່າໃຊ້ຈ່າຍເຫຼົ່ານີ້ຈະຖືກຄິດໄລ່ເມື່ອສິ້ນສຸດການເດີນທາງ. ທ່ານສາມາດຄິດໄລ່ໄດ້ງ່າຍໆໂດຍການເພີ່ມສາມສິບເປີເຊັນໃສ່ຄ່າໃຊ້ຈ່າຍເບື້ອງຕົ້ນ.
- ອາກອນມູນຄ່າເພີ່ມ
ບັນດາປະເທດສະມາຊິກສະຫະພາບເອີຣົບສ່ວນໃຫຍ່ໄດ້ອອກກົດໝາຍອາກອນມູນຄ່າເພີ່ມໃນການຂົນສົ່ງສິນຄ້າ. ຄ່າອາກອນມູນຄ່າເພີ່ມຂຶ້ນກັບສະຖານະການເດີນທາງ ແລະ ເສັ້ນທາງທີ່ເຮືອນຈະແລ່ນຕາມ. ໂດຍສະເລ່ຍແລ້ວ, ຄ່າອາກອນມູນຄ່າເພີ່ມແມ່ນປະມານ 10 ຫາ 20 ເປີເຊັນຂອງມູນຄ່າສິນຄ້າ.
- ທິບ ຫຼື ເງິນລາງວັນສຳລັບລູກເຮືອ
ສ່ວນໜຶ່ງຂອງປະສົບການພັກຜ່ອນທີ່ດີເລີດຂອງທ່ານມາຈາກລູກເຮືອ. ພວກເຂົາຮັກສາ ແລະ ນຳທາງເຮືອ ພ້ອມກັບໃຫ້ການບໍລິການທຸກຢ່າງແກ່ຜູ້ໂດຍສານ. ໃນລະຫວ່າງການເດີນເຮືອ, ລູກເຮືອໃຫ້ບໍລິການຢູ່ຕະຫຼອດເວລາ. ນັ້ນເປັນເຫດຜົນຍ້ອນຫຍັງເງິນລາງວັນ ຫຼື ທິບຈິ່ງເປັນເລື່ອງປົກກະຕິ ແລະ ຖືກຄາດຫວັງ. ມາດຕະຖານການໃຫ້ທິບແຕກຕ່າງກັນໄປ. ໃນເອີຣົບ, ລາຄາການໃຫ້ທິບເລີ່ມແຕ່ 5 ຫາ 10 ເປີເຊັນຂອງລາຄາເຊົ່າ. ທິບສູງກວ່າໃນສະຫະລັດ ແລະ ໃນແຄລິບບຽນ. ເຊິ່ງຢູ່ທີ່ປະມານ 10 ຫາ 20 ເປີເຊັນຂອງລາຄາເຊົ່າ.
- ກັບຄືນສູ່ທ່າເຮືອເດີມ
ລູກຄ້າມີອິດສະຫຼະໃນການເລືອກເຮືອ ແລະ ເສັ້ນທາງ. ຖ້າລູກຄ້າຕ້ອງການຂຶ້ນຝັ່ງຈາກບ່ອນໃດກໍຕາມທີ່ບໍ່ແມ່ນທ່າເຮືອເດີມທີ່ຂຶ້ນເຮືອ, ລູກຄ້າຈະຕ້ອງຈ່າຍຄ່າໃຊ້ຈ່າຍເພີ່ມເຕີມໃນການຕີກັບເຮືອມາຍັງທ່າເຮືອເດີມ. ຄ່າໃຊ້ຈ່າຍເຫຼົ່ານີ້ຈະລວມເອົາຄ່າເຊື້ອໄຟສຳລັບການເດີນທາງກັບ ແລະ ລາຄາຄ່າເຊົ່າສຳລັບຊ່ວງເວລາການເດີນທາງ ບໍ່ວ່າຈະກັບມາຍັງທ່າເຮືອເດີມ ຫຼື ໄປອີກຈຸດໝາຍປາຍທາງອື່ນ.
- ເງິນມັດຈຳ
ສ່ວນໃຫຍ່ແລ້ວ, ທ່ານບໍ່ຈຳເປັນຕ້ອງວາງເງິນມັດຈຳ. ເງິນມັດຈຳຈະຖືກສະຫງວນໄວ້ສຳລັບກໍລະນີສຸກເສີນ ແລະ ການສະຫຼຸບສັນຍາ. ເຈົ້າຂອງເຮືອຢອດໃໝ່ສາມາດຮຽກເກັບເງິນມັດຈຳສໍາລັບຄວາມເສຍຫາຍທີ່ຫຼີກລຽງບໍ່ໄດ້. ລາຄາສາມາດສູງເຖິງ 10,000-20,000 ເອີໂຣສຳລັບເຮືອຢອດຂະໜາດໃຫຍ່ທີ່ມີຄວາມຍາວບໍ່ເກີນ 60 ແມັດ. ສິ່ງເຫຼົ່ານີ້ແມ່ນຄ່າໃຊ້ຈ່າຍພື້ນຖານສຳລັບການເຊົ່າເໝົາລຳ.
ທາງເລືອກງົບປະມານ
ຖ້າທ່ານບໍ່ສາມາດຈ່າຍໃຊ້ຈ່າຍທີ່ສູງກວ່ານີ້ໄດ້, ເຮືອຂະໜາດນ້ອຍທີ່ມີຄວາມຍາວບໍ່ເກີນ 15-20 ແມັດກໍເປັນທາງເລືອກທີ່ເໝາະສົມ. ຄ່າເຊົ່າເຮືອຢອດຂະໜາດນ້ອຍແມ່ນຂ້ອນຂ້າງຕໍ່າ. ໂດຍທົ່ວໄປແລ້ວ, ຈະຢູ່ລະຫວ່າງ 1,500 ຫາ 5,000 ເອີໂຣຕໍ່ອາທິດ. ເພາະວ່າເຮືອຢອດຂະໜາດນ້ອຍມີລູກເຮືອນ້ອຍກວ່າ – ລະຫວ່າງໜຶ່ງ ຫຼື ສອງຄົນ – ຄ່າໃຊ້ຈ່າຍກໍມີນ້ອຍລົງເຊັ່ນກັນ ແຕ່ລະຫວ່າງ 150-200 ເອີໂຣຕໍ່ມື້. ນອກນັ້ນ, ຄ່າອາຫານຈະຢູ່ລະຫວ່ງ 200-300 ເອີໂຣຕໍ່ຄົນ. ມີຄ່າໃຊ້ຈ່າຍເພີ່ມເຕີມ 50-100 ເອີໂຣຕໍ່ຜູ້ໂດຍສານນຳອີກ.
ຄວາມຫຼູຫຼາຕ້ອງໃຊ້ເງິນຈຳນວນຫຼາຍ
ແນວໃດກໍຕາມ, ຖ້າທ່ານບໍ່ຕ້ອງການປະຢັດເງິນໃນວັນພັກຜ່ອນຂອງທ່ານ, ທ່ານສາມາດເຊົ່າເຮືອຢອດທີ່ມີຂະໜາດໃຫຍ່ກວ່າໄດ້. ໃນກໍລະນີນີ້, ລາຄາເຊົ່າເໝົາລຳຕໍ່ອາທິດເລີ່ມຕັ້ງແຕ່ 16,000 ເອີໂຣສຳລັບເຮືອຢອດ 20 ແມັດໃນຊ່ວງນອກລະດູທ່ອງທ່ຽວໄປຈົນເຖິງ 600,000 ເອີໂຣສຳລັບເຮືອຢອດ 60 ແມັດໃນຊ່ວງລະດູທ່ອງທ່ຽວ. ນອກນັ້ນ, ຍັງມີຄ່າໃຊ້ຈ່າຍເພີ່ມອຕີມທີ່ຈະເພີ່ມຕື່ມອີກ. ເປີຊັນຂອງພວກມັນຖືກລະບຸໄວ້ຂ້າງເທິງແລ້ວ.
ຕອນນີ້ພວກເຮົາຮູ້ຈັກທາງເລືອກລາຄາທັງໝົດແລ້ວ ເຖິງເວລາເຊົ່າເຮືອຢອດແລ້ວ!
ScanMarine TM (Cofrance SARL) ເປັນທາງເລືອກທີ່ດີສຸດ. ນີ້ແມ່ນນາຍໜ້າລະຫວ່າງປະເທດຂອງຣັດເຊຍ ແລະ ອັງກິດຊັ້ນນໍາຈາກຝຣັ່ງ ແລ ມີກອງເຮືອຢອດຂະໜາດໃຫຍ່ໄວ້ໃຫ້ບໍລິການ. ທ່ານສາມາດສຳຫຼວດເບິ່ງທາງເລືອກຕ່າງໆໂດຍການເບິ່ງແຄັດຕາລັອກຂອງພວກເຮົາໄດ້. ທີມງານຂອງພວກເຮົາຈະຊ່ວຍທ່ານເລືອກເຮືອຢອດທີ່ດີທີ່ສຸດຕາມຂອບເຂດລາຄາ ແລະ ຄວາມສະດວກສະບາຍຂອງທ່ານເພື່ອຊ່ວຍໃຫ້ທ່ານໄດ້ຮັບປະສົບກາພັກຜ່ອນທີ່ຍອດຢ້ຽມທີ່ສຸດ.